วันจันทร์ที่ 2 เมษายน พ.ศ. 2555

ທົ່ວປະເທດຢຸດຕິການຖາງປ່າເຮັດໄຮແບບເລືອນລອຍ 957 ບ້ານ ຕາມການລາຍງານຂອງຂະແໜງການທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ມາ ຮອດປັດຈຸບັນທົ່ວປະເທດສາມາດປະ ກາດຢຸດຕິການຖາງ
ປ່າເຮັດໄຮ່ແບບເລື່ອນລອຍໄດ້ແລ້ວ 957 ບ້ານ, ໃນ 5 ເມືອງຄື: ເມືອງ ຫຼວງພະບາງ, ບໍແຕນ, ປາກລາຍ, ແກ່ນທ້າວ ແລະ
ເມືອງ ທົ່ງມີໄຊ ຊຶ່ງນອນຢູ່ໃນ 11 ແຂວງເປົ້າໝາຍ ແຂວງ ຜົ້ງສາລີ ມີ 1 ບ້ານ, ບໍແກ້ວ 50 ບ້ານ, ອຸດົມໄຊ 4 ບ້ານ, ຫຼວງ
ນ້ຳທາ 2 ບ້ານ, ຫຼວງພະບາງ 314 ບ້ານ, ຊຽງຂວາງ 16 ບ້ານ, ບໍລິຄຳໄຊ 5 ບ້ານ ແລະ ແຂວງ ສາລະວັນ 104 ບ້ານ.
ເພື່ອຜັນຂະຫຍາຍການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ທາງໜ່ວຍງານສົ່ງເສີມການຜະລິດ
ກະສິກຳໄດ້ສືບຕໍ່ລົງເກັບກຳຂໍ້ມູນຕົວຈິງຢູ່ ເມືອງ ໂພນໄຊ ແລະ ແຂວງ ຫຼວງພະບາງເພື່ອເປັນໂຄງການຕົວແບບກ່ຽວກັບການ
ຈັດສັນພູມລຳເນົາຄົງທີ່ຕິດພັນກັບການສ້າງອາຊີບໝັ້ນຄົງທີ່ມີລາຍ ຮັບສູງ ກວ່າ ການເຮັດໄຮ່ໃຫ້ປະຊາຊົນພ້ອມທັງຂະຫຍາຍເຕັກ
ນິກນິເວດກະສິກຳຢູ່ແຂວງສະຫວັນນະເຂດ ແລະ ແຂວງ ສາລະວັນ ໃຫ້ປະຊາຊົນນຳໄປຈັດຕັ້ງປະຕິບັດໃນການຜະລິດກະສິກຳ
ໃຫ້ໄດ້ຮັບຜົນ ຜະລິດທີ່ສູງຂຶ້ນ. ນອກນີ້, ຍັງໄດ້ຕິດຕາມການຈັດຕັ້ງປະຕິບັດແຜນນຳໃຊ້ທີ່ດິນຢູ່ແຕ່ລະເມືອງ ແລະ ມອບດິນມອບ
ປ່າແບບມີສ່ວນຮ່ວມຂອງປະຊາຊົນຢູ່ໃນຂັ້ນບ້ານ ແລະ ກຸ່ມບ້ານພັດທະນາປັດຈຸບັນສຳເລັດແລ້ວຈຳນວນ 90 ບ້ານ, ມີ 10217
ຄອບ ຄົວ ແລະ ຈັດສັນອາຊີບ ຄົງທີ່ໃຫ້ປະ ຊາຊົນໄດ້ແລ້ວ 138 ບ້ານກວມເອົາ 3980 ຄອບຄົວ.

ສາມຫຼ່ຽມທອງຄຳ

Golden Triangle ゴルデン トライアングルの旅 ເຊີນທ່ານທຽ່ວຊົມສາມຫຼ່ຽມທອງຄຳ