วันจันทร์ที่ 25 เมษายน พ.ศ. 2554

ແຂວງບໍ່ແກ້ວ

ແຂວງບໍ່ແກ້ວ
ອັງກິດ: Bokeo Province) ເປ້ນແຂວງໜຶ່ງຂອງປະເທດລາວ
ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດ
ສາມຫຼ່ຽມຄຳອີກດ້ວຍ.

ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ,
ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 145.919 ຄົນ ຍິງ 7.366 ຄົນ ມີ 354 ບ້ານ, ມີ 25.632 ຄອບຄົວ
(ຕາມສະຖິຕິ ເດືອນຕຸລາ 2007).ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ ຯລຯ

ປະຫວັດ
ແຂວງບໍ່ແກ້ວໄດ້ແຍກມາຈາກແຂວງຫົວຂອງ ( ແຂວງຫົວຂອງໄດ້ຖຶກຍຸບລົງເປັນ 2 ແຂວງ ) ແມ່ນພື້ນທີ່ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວໃນປັດຈຸບັນ ມາຕັ້ງເປັນແຂວງໃໝ່ ແລ້ວຕັ້ງເມືອງຫ້ວຍຊາຍ ເຊິ່ງເປັນເມືອງເອກຂອງແຂວງຫົວຂອງເດີມເປັນເມືອງເອກຂອງແຂວງບໍ່ແກ້ວ ຕໍ່ມາໃນປີ ພ.ສ. 2534 ໄດ້ມີການໂອນ ເມືອງປາກທາ ແລະ ເມືອງຜາອຸດົມຈາກ ແຂວງອຸດົມໄຊ ມາຂຶ້ນກັບແຂວງບໍ່ແກ້ວ

ທີ່ຕັ້ງ
• ທິດເໜືອ ຕິດກັບ ແຂວງຫຼວງນ້ຳທາ ຍາວ 100 ກ.ມ
• ທິດຕະເວັນອອກ ຕິດກັບ ແຂວງອຸດົມໄຊ ຍາວ 100 ກ.ມ ແລະ ແຂວງໄຊຍະບູລີ ຍາວ 35 ກ.ມ
• ທິດຕະເວັນຕົກ ຕິດກັບ ລັດສານ ປະເທດມຽນມາ ຍາວ 98 ກ.ມ
• ທິດໃຕ້ ຕິດກັບ ຈັງຫວັດຊຽງຣາຍ ປະເທດໄທ ຍາວ 145​ ກ.ມ

ບັນດາເມືອງ
  1. 0501 ຫ້ວຍຊາຍ (Hoüayxay)
  2. 0502 ຕົ້ນເຜິ້ງ (Tonpheung)
  3. 0503 ເມິງ (Meung)
  4. 0504 ຜາອຸດົມ (Pha Oudom)
  5. 0505 ປາກທາ (Paktha)
  6. 0506 ເຂດພິເສດນ້ຳຍູ້ (special region namyou)
-ສັງຄົມ
ການຜະລິດເຂົ້າ, ສາລີ, ຫມາກເດືອຍ, ພືດຕະກຸນຖົ່ວ. ສຳລັບການຜະລິດເຂົ້າກິນໃນທົ່ວແຂວງບັນລຸໄດ້ 94,134 ໂຕນ, ໃນເນື້ອທີ່ 25.941,26 ເຮັກຕາ, ຖ້າທຽບໃສ່ປີ 2009 ເພີ່ມຂຶ້ນ 2.126 ໂຕນເທົ່າກັບ 2,31% ໃນນັ້ນເຂົ້ານາປີຜົນຜະລິດໄດ້ 63.298,1 ໂຕນ ໃນເນື້ອທີ່ 14.421,5 ເຮັກຕາ, ເຂົ້ານາແຊງຜົນຜະລິດໄດ້ 11,663 ໂຕນ, ໃນເນື້ອທີ່ 2,674,09 ເຮັກຕາ, ເຂົ້າເນີນສູງຜົນຜະລິດໄດ້ 18,436,7 ໂຕນ, ໃນເນື້ອທີ່ 8,779,38 ເຮັກຕາ, ເຂົ້າໄຮ່ເລື່ອນລອຍຜົນຜະລິດໄດ້ 138,66 ໂຕນ, ໃນເນື້ອທີ່ 66,29 ເຮັກຕາ. ທົ່ວ ແຂວງສະເລ່ຍລາຍຮັບເຂົ້າ ເປືອກໄດ້ 524 ກິໂລ/ຄົນ/ປີ. ວຽກງານພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ຂົວແມ່ນໄດ້ຂະ

ຫຍາຍອອກຢ່າງຫລວງຫຼາຍປະຈຸບັນບ້ານໃນທົ່ວແຂວງທີ່ມີເສັ້ນທາງເຂົ້າເຖິງກວມ 86,97% ຂອງຈຳນວນບ້ານທັງໝົດ. ໃນນີ້ບ້ານທີ່ມີເສັ້ນທາງໄດ້ 2 ລະດູກວມ 71,91%, ບ້ານທີ່ມີເສັ້ນທາງທຽວໄດ້ລະດູດຽວກວມ 15,06% ແລະ ບ້ານທີ່ບໍ່ມີເສັ້ນທາງເຂົ້າເຖິງ 13,03% ຂອງຈຳນວນບ້ານທັງຫມົດ, ວຽກງານພະລັງງານບໍ່ແຮ່, ມີຫລາຍບ້ານ - ກຸ່ມ ບ້ານໄດ້ຊົມໃຊ້ໄຟຟ້າຖາວອນ. ມາຮອດປະຈຸບັນກຸ່ມບ້ານທີ່ໄດ້ຊົມໃຊ້ໄຟຟ້້າແລ້ວ 42 ກຸ່ມ ບ້ານ, ບ້ານທີ່ໃຊ້ໄຟຟ້າຖາວອນແລ້ວ 198 ບ້ານ ເທົ່າກັບ 70,46% ຂອງຈຳນວນ ບ້ານທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 27 ບ້ານ. ຄົວເຮືອນທີ່ໃຊ້ໄຟຟ້າແລ້ວມີ 19,957 ຄົວເຮືອນ ເທົ່າກັບ 27,29% ຂອງຈຳນວນຄົວເຮືອນທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 3.453 ຄົວເຮືອນ. ດ້ານວຽກງານວັດທະນະທຳ - ສັງ ຄົມທົ່ວແຂວງມີໂຮງຮຽນປະຖົມທັງຫມົດ 363 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 1,9%,

ມີໂຮງຮຽນມັດທະຍົມທັງຫມົດ 31 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 2 ແຫ່ງ. ປະຈຸບັນມີບ້ານລຶບລ້າງການກືກຫນັງສືທັງຫມົດ 232 ບ້ານກວມ 82,56% ຂອງຈຳນວນບ້ານໃນທົ່ວແຂວງ, ມີເມືອງປະກາດລຶບລ້າງຈົບປະຖົມຂັ້ນພື້ນຖານແລ້ວ 3 ເມືອງຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜິງ ແລະ ເມືອງປາກທາ. ວຽກງານສາທາລະນະສຸກໄດ້ຂະຫຍາຍຕາຫນ່າງສາທາລະນະສຸກໄປທົ່ວເຖິງທຸກກຸ່ມບ້ານປະຈຸບັນມີສຸກສາລາປະຈຳກຸ່ມບ້ານລວມທັງຫມົດ 31 ແຫ່ງ ລວມ 25 ກຸ່ມບ້ານມີ 145 ບ້ານ ເທົ່າກັບ 51,6% ຂອງຈຳນວນບ້ານທັງຫມົດ, ໄດ້ປະກາດບ້ານແບບຢ່າງສາທາລະນະສຸກມີ 62 ບ້ານ, 27 ກຸ່ມບ້ານ

ວຽກງານຖະແຫລງຂ່າວ ແລະ ວັດທະນະທຳໄດ້ປັບປຸງຍົກລະດັບ, ຂະຫຍາຍຕາຫນ່າງການພັດ ນາລະບົບວິທະຍຸກະຈາຍສຽງ - ໂທລະພາບ ແລະ ການສ້າງຄອບຄົວ - ບ້ານວັດທະນະທຳ. ມາຮອດປະຈຸບັນມີບ້ານວັດທະນະທຳທັງຫມົດ 11 ບ້ານ, ມີຄອບຄົວວັດທະນະທຳ 3.791 ຄອບຄົວ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 955 ຄອບຄົວ ເທົ່າກັບ 25,86% ຂອງຈຳນວນຄອບຄົວວັດທະນະທຳໃນທົ່ວແຂວງ ແລະ ດ້ານວຽກງານອື່ນໆ. ພ້ອມກັນນີ້ແຂວງບໍ່ແກ້ວຍັງໄດ້ວາງທິດທາງ, ຄາດຫມາຍສູ້ຊົນໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ

ການພັດທະນາຊົນນະບົດຮອບດ້ານສົກປີ 2010-2011. ເປັນ ຕົ້ນຈະກຳນົດຈຸດສຸມກຸ່ມບ້ານພັດທະນາຂອງແຂວງໃຫ້ໄດ້ຕື່ມອີກ 2 ຈຸດສຸມ, ຈະສູ້ຊົນສ້າງບ້ານພັດທະນາຮອບດ້ານໃຫ້ໄດ້ອີກ 10 ບ້ານເທົ່າກັບ 3,55% ຂອງຈຳນວນບ້ານທັງໝົດທົ່ວແຂວງ ( 5 ບ້ານໃຫ້ກາຍເປັນ 15 ບ້ານໃນປີ 2011), ຈະສູ້ຊົນລຶບລ້າງບ້ານທຸກຍາກໃຫ້ໄດ້ 20 ບ້ານ (ຈາກ 94 ບ້ານປີ 2010 ໃຫ້ຍັງເຫຼືອ 74 ບ້ານ ເທົ່າກັບ 26,33% ຂອງ ຈຳນວນບ້ານທັງຫມົດ

ລຶບລ້າງຄົວເຮືອນທຸກຍາກໃຫ້ໄດ້ 900 ຄົວເຮືອນ (ຈາກ 6.480 ຄົວເຮືອນທຸກຍາກໃຫ້ຍັງເຫຼືອ 5.580 ຄົວເຮືອນເທົ່າກັບ 20,21% ຂອງຈຳນວນຄົວເຮືອນທັງຫມົດພາຍໃນແຂວງ), ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ, ສືບຕໍ່ຈັດຕັ້ງປະຕິບັດໂຄງການຂອງກຸ່ມບ້ານຢູ່ບັນດາເມືອງ 4 ເນື້ອໃນ 4 ຄາດຫມາຍໃຫ້ສຳເລັດ 135 ໂຄງການໃນມູນຄ່າ 84,03 ຕື້ກີບ ແລະ ດ້ານອື່ນໆຈາກນັ້ນກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງຄາດຫມາຍສູ້ຊົນໃນຕໍ່ຫນ້າ. ເພື່ອພ້ອມກັນເສີມຂະຫຍຍຈຸດດີ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ

 ສະຖານທີ່ສຳຄັນ

ເມືອງເກົ່າສຸວັນນະໂຄມຄຳ
ເກາະດອນຊາວ
ເຂດເສດຖະກິດພິເສດສາມຫຼ່ຽມຄຳ
ວັດຈອມເຂົາມະນີລັດ
ພະທາດຕາກຜ້າຄຳ
ອະນຸສອນສະຖານປະທານ ໄກສອນ ພົມວິຫານ
ສະໜາມບິນບໍ່ແກ້ວ
ຂົວມິດຕະພາບລາວ - ໄທ ແຫ່ງທີ 4

ไม่มีความคิดเห็น:

แสดงความคิดเห็น